11/27/2014

Chinese government grant loan for Laos to drive the Economic Comprehensive Development Zone

*ສປ ຈີນ ໃຫ້ການຊ່ວຍເຫຼືອໂຄງການ ພັດທະນາກວມລວມນະຄອນຫຼວງວຽງຈັນ*


ພິທີ​ລົງ​ນາມ​ສັນຍາ​ຂອບລະຫວ່າງ​ລັດຖະບານ ​ສປປ ລາວ ແລະ ລັດຖະບານ ​ສປ ຈີນ ວ່າດ້ວຍ ​ສປ ຈີນ ສະໜອງ​ເງິນ​ກູ້​ພິເສດ​ໃຫ້​ແກ່ ​ສປປ ລາວ ເພື່ອ​ນຳໃຊ້​ເຂົ້າ​ໃນ​ໂຄງການ​ພັດທະນາກວມ​ລວມນະຄອນຫຼວງ​ວຽງ​ຈັນ ມູນ​ຄ່າ 617,5 ລ້ານ​ຢວນ ຫຼື ປະມານ 812.938 ຕື້​ກີບ ໄດ້​ມີ​ຂຶ້ນວັນ​ທີ 21 ພະຈິກ 2014 ຢູ່​ຫ້ອງວ່າການ​ລັດຖະບານ ລະຫວ່າງທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ປະທານຄະນະ​ກຳມາ​ທິ​ການຮ່ວມ​ມື ລາວ-ຈີນ ແລະ ທ່ານ ກວນ ຮວາ​ປິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ​ສປ ຈີນ ປະຈຳ ​ສປປ ລາວ ໂດຍຊ້ອງ​ໜ້າ​ພະນັກງານ​ຂັ້ນ​ສູງ ຈາກຂະແໜງການ​ທີ່​ກ່ຽວຂ້ອງ​ທັງສອງ​ຝ່າຍ.
ໂຄງການ​ພັດທະນາ​ກວມ​ລວມນະຄອນຫຼວງ​ວຽງ​ຈັນ ເປັນ​ໜຶ່ງໃນ​ໂຄງການ​ບຸລິມະສິດ​ທີ່​ຈຳເປັນຮີບ​ດ່ວນ​ຂອງ​ລັດຖະບານ​ລາວ ເພື່ອ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງໃນ​ເຂດ​ຕົວ​ເມືອງ ນະຄອນຫຼວງວຽງ​ຈັນ ປະກອບສ່ວນ​ສ້າງ​ສິ່ງເອື້ອ​ອຳນວຍ​ໃຫ້​ແກ່​ແຜນ​ງານໃຫຍ່ ແລະ ສຳຄັນ​ຂອງ​ຊາດ​ເຮົາ ໄດ້ແກ່: ພິທີ​ສະເຫຼີມສະຫຼອງ​ວັນສ້າງຕັ້ງ​ພັກ​ປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ ພິທີ​ສະຫຼອງ​ການ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ໃນ​ປີ 2015 ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກປະຊາຊົນປະຕິວັດ​ລາວ ແລະ ກອງ​ປະຊຸມ​ສຸດ​ຍອດ ASEAN ໃນ​ປີ 2016 ທີ່​​ລາວ​ໄດ້ຮັບ​ກຽດ​ເປັນ​ເຈົ້າພາບ.
ທ່ານ ສົມ​ສະຫວາດ ເລັ່ງ​ສະຫວັດ ໄດ້​ກ່າວ​ວ່າ: ການ​ຊ່ວຍເຫຼືອ​ຄັ້ງ​ນີ້ ສະແດງ​ເຖິງ​ຄວາມເປັນ​ຫ່ວງ​ເປັນ​ໄຍ​ຂອງ ​ສປ ຈີນ ທີ່​ມີ​ຕໍ່ ​ສປປ ລາວ ເພື່ອ​ນຳ​ໃຊ້ເຂົ້າ​ໃນ​ການ​ຍົກ​ລະດັບ​ພື້ນຖານໂຄງ​ລ່າງ​ຂອງ​ນະຄອນຫຼວງ​ວຽງຈັນ ເພື່ອ​ກະກຽມ​ສະເຫຼີມ​ສະຫຼອງ 2 ວັນ​ປະຫວັດສາດ ທັງເປັນ​ການ​ສ້າງ​ໃບ​ໜ້າ​ໃໝ່ ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 10 ຂອງ​ພັກ ພວກ​ເຮົາ​ຈະ​ນຳ​ໃຊ້​ເງິນດັ່ງກ່າວ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ.
ໜັງສືພິມວຽງຈັນໃໝ່, ວັນທີ 25 ພະຈິກ 2014 

No comments:

Post a Comment