11/21/2014

ປະຈຸບັນ ການລົງທຶນຂອງຈີນຢູ່ລາວ ມີແລ້ວຫຼາຍກວ່າ 50 ພັນຕື້ກີບ



 ຮອດ​ປະ­ຈຸ​ບັນ ການ​ລົງ­ທຶນຂອງ ສປ​ຈີນ ຢູ່​ໃນ ສປປ ລາວ ນັບ​ວ່າ​ມີ​ມູນ​ຄ່າ​ມະ­ຫາ­ສານ ແລະ ໄດ້​ຕິດ​ອັນ​ດັບ​ໜຶ່ງ​ນັບ​ແຕ່​ປີ 2008 ເປັນຕົ້ນ​ມາ, ຊຶ່ງ​ຫຼ້າ​ສຸດ​ຕາມ​ຂໍ້​ມູນ​ເປີດ­ເຜີຍ​ໃຫ້​ຮູ້​ວ່າ ມາ​ດຽວ­ນີ້ການ​ລົງ­ທຶນ​ຂອງ​ປະ­ເທດ​ດັ່ງ­ກ່າວ ສະ­ເພາະ​ຢູ່​ລາວ​ມີ​ແລ້ວ​ຫຼາຍ​ກວ່າ 50 ພັນ​ຕື້​ກີບ.
   ທ່ານ ຟານ​ຢຽນ ປະ­ທານ​ບໍ­ລິ­ສັດ​ຊົງ​ຊິງ​ຟາງ ເຕີ ພັດ­ທະ­ນາ​ອະ­ສັງ­ຫາ­ລິ­ມະ​ຊັບ​ໄດ້​ກ່າວ​ໃຫ້​ຮູ້ໃນ​ໂອ­ກາດ​ເຂົ້າ​ຮ່ວມ​ພິ­ທີ​ເປີດ​ການ​ກໍ່­ສ້າງ​ໂຄງການ​ລາດ​ຊະ​ວົງ​ພລາ​ຊາ​ວ່າ: ສປ ຈີນ ແລະ ສປປ ລາວ ມີ​ມູນ­ເຊື້ອ​ສາຍ​ພົວ­ພັນ​ມິດ­ຕະ­ພາບມາ​ແຕ່​ບູ­ຮານ​ນະ​ການ, ທັງ​ເປັນ​ປະ­ເທດ​ບ້ານໃກ້​ເຮືອນ​ຄຽງ, ເປັນ​ເພື່ອນ​ມິດ, ເປັນ​ສະ­ຫາຍ ແລະ ຄູ່​ຮ່ວມ​ມື​ທີ່​ດີ​ຕົ້ນ­ຕໍ​ແມ່ນ​ທາງ​ດ້ານ​ເສດ​ຖະກິດ, ການ​ຄ້າ, ການ​ລົງ­ທຶນ ແລະ ການ​ບໍ­ລິ­ການລະ­ຫວ່າງ​ສອງ​ປະ­ເທດ​ນັບ​ມື້​ຂະ­ຫຍາຍ­ຕົວຢ່າງ​ບໍ່​ຢຸດ​ຢັ້ງ, ຈົນ​ມາ​ຮອດ​ປະ­ຈຸ​ບັນ​ການ​ລົງທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ແມ່ນ​ມີ​ມູນ​ຄ່າ​ມະ­ຫາສານ ແລະ ໄດ້​ຕິດ​ອັນ​ດັບ​ໜຶ່ງ​ນັບ​ແຕ່​ປີ 2008 ເປັນ­ຕົ້ນ​ມາ​ດ້ວຍ​ມູນ​ຄ່າ​ທັງ​ໝົດ 6,4 ຕື້​ໂດ​ລາ                                                         ຫຼື ປະ­ມານ 51.200 ຕື້​ກີບ, ໃນ​ຈຳ­ນວນ 750 ໂຄງ­ການ, ຊຶ່ງ​ມັນ​ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລາວ.
   ໃນ​ຊຸມ​ປີ­ຜ່ານ­ມາ​ການ​ລົງ­ທຶນ​ຂອງ ສປ ຈີນ ນອກ­ຈາກ​ຈະ​ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລາວ​ໃຫ້​ນັບ ມື້​ມີ​ການ​ຂະ­ຫຍາຍ­ຕົວ​ບົນ​ພື້ນ­ຖານ​ຕ່າງ​ຝ່າຍມີ​ຜົນ​ປະ­ໂຫຍດ​ຮ່ວມ​ກັນ​ແລ້ວ ຍັງ​ໄດ້​ໃຫ້­ການຊ່ວຍ­ເຫຼືອ​ລ້າ​ຫຼາຍ​ດ້ານ​ທີ່​ມີ​ຄຸນ​ປະ­ໂຫຍດ​ແກ່ລາວ, ພ້ອມ​ທັງ​ໄດ້​ແກ້​ໄຂ​ຄວາມ­ທຸກ​ຍາກ​ໃຫ້ແກ່​ລາວ​ອີກ​ດ້ວຍ.
   ຊຶ່ງ​ທັງ​ໝົດ​ນີ້ ກໍ​ແມ່ນ​ດ້ວຍ​ແນວ­ທາງ​ອັນ​ຖືກ­ຕ້ອງຂອງ​ພັກ ແລະ ລັດ­ຖະ­ບານ ສປປ ລາວ ທີ່​ໄດ້​ມີ​ກົດໝາຍ​ສົ່ງ­ເສີມ​ການ​ລົງ­ທຶນ​ຂອງ​ຕ່າງ­ປະ­ເທດ ແລະ ນະໂຍ​ບາຍ​ສົ່ງ­ເສີມ​ການ​ລົງ­ທຶນ​ຂອງ​ທຸກ​ພາກ­ສ່ວນ​ເສດຖະ​ກິດ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ, ປົກ​ປ້ອງ, ຄຸ້ມ ຄອງ ແລະ ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ກັບ​ນັກ​ລົງ­ທຶນ ໃນ​ປະ­ເພດ​ຕ່າງໆ.
   ສຳ­ລັບການ​ລົງ­ທຶນ​ຂອງ​ຈີນ​ຢູ່​ລາວ​ຄັ້ງ​ຫຼ້າ​ສຸດ​ກໍແມ່ນ​ໂຄງ­ການ​ຮ່ວມ​ມື​ລະ​ຫວ່າງ​ກະ­ຊວງ​ປ້ອງ​ກັນ​ປະເທດ​ກັບ​ບໍ­ລິ­ສັດ​ຊົງ​ຊິງ​ຟາງ​ເຕີ​ພັດ­ທະ­ນາ​ອະ​ສັງ​ຫາລິ​ມະ​ຊັບ ເພື່ອ​ສ້າງ​ໂຮງ­ແຮມ​ລາດ​ຊະ​ວົງ​ພລາ​ຊາ​ຖືກ ສ?າງຂ?ນ​ໃນ​ພ?ນທ? 150.000 ຕາ​ແມັດ ລວມ​ມູນ​ຄ່າ ລົງ­ທຶນຫຼາຍ​ກວ່າ 150 ລ້ານ​ໂດ​ລາ​ສະ­ຫະ­ລັດ, ເປັນໂຄງ­ການ​ສັງ​ລວມ​ລະ­ດັບ​ຊາດ​ໃນ​ຕົວ​ເມືອງ, ຊຶ່ງ​ປະກອບ​ມີ​ໂຮງ­ແຮມ​ສາ­ກົນ​ລະ­ດັບ 5 ດາວ​ທີ່​ມີ​ຄວາມສູງ 138 ແມັດ ແລະ 33 ຊັ້ນ, ຕຶກ​ຫ້ອງ​ການ​ລະ­ດັບ ເກດ​ເອ, ຕຶກ​ອາ­ພາດ​ເມັນ, ພ້ອມ​ນັ້ນ ກໍ​ຍັງ​ມີ​ສູນ​ກາງ ປິ່ນ​ປົວ​ຟຶ້ນ​ຟູ​ສຸ­ຂະ­ພາບ ແລະ ສູນ​ການ​ດ້ານ​ການ​ແລກ ປ່ຽນຊື້ຂາຍ​ທີ່​ໃຫຍ່ ແລະ ທັນ​ສະ­ໄໝ ເພື່ອ​ມາ​ປະ­ດັບ​ນະຄອນຫຼວ​ງວຽງ​ຈັນ, ສະ­ເພາະ​ໂຄງ­ການ​ກໍ່­ສ້າງ​ນີ້​ຄາດຈະ​ໃຫ້ສຳ​ເລັດ​ພ້ອມ​ເປີດ​ໃຊ້ໃນ​ເດືອນ​ມີ­ນາ 2016, ນອກ­ຈາກ​ນັ້ນ ກໍ​ຍັງ​ມີ​ຫຼາຍໆ​ໂຄງ­ການ​ທີ່​ກຳ­ລັງ​ຈັດຕັ້ງ​ປະ­ຕິ­ບັດ ແລະ ມີ​ຄວາມ​ຄືບ​ໜ້າ, ພ້ອມ​ທັງ​ຫວັງຈະ​ໄດ້​ເປີດ​ໃຫ້​ໃຊ້​ບໍ­ລິ­ການ​ໃນ​ທ້າຍ​ປີ​ນີ້ ຕົ້ນ­ຕໍ​ແມ່ນ​ໂຄງການ​ວຽງ​ຈັນ​ເຊັນ​ເຕີ ແລະ ໂລກ​ໃໝ່​ແຫ່ງ​ວຽງ​ຈັນ ແລະ ອີກ​ໂຄງ­ການອື່ນໆ.
   ອີງ​ຕາມ​ຂໍ້​ມູນ​ຍັງ​ໃຫ້​ຮູ້​ອີ​ກວ່າ: ການ​ຮ່ວມ​ມື​ທາງ ດ້ານ​ເສດ­ຖະ­ກິດ​ການ​ຄ້າ​ຂອງ​ສອງ​ຝ່າຍ​ທີ່​ໄດ້​ນຳ​ໃຊ້ທ່າ­ແຮງ​ດ້ານ​ທີ່​ຕັ້ງ​ພູມ​ສາດ​ຢ່າງ​ເຕັມ­ທີ່​ເພື່ອ​ເປີດ ກວ້າງ​ຂະ­ຫຍາຍ​ຜົນ​ການ​ຮ່ວມ​ມື ໂດຍ​ສະ­ເພາະ​ເສດຖະ​ກິດ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມ­ແຂງນັບ​ແຕ່​ປີ 2010 ລວມ​ຍອດ​ການ​ຄ້າ​ສອງ​ຝ່າຍ​ລາວ-ຈີນ​ບຸກ​ທະ­ລຸ 1 ຕື້​ໂດ​ລາ ແລະ  ມາ​ຮອດ​ປະ­ຈຸ​ບັນ​ມູນຄ່າ​ການ​ຄ້າ​ຂອງ​ສອງ​ຝ່າຍ​ເພີ່ມ​ຂຶ້ນ 145% ເມື່ອ​ທຽບໃສ່​ປີ­ຜ່ານ­ມາ (2013).
source: http://www.sedthakid.la/home/khao/20968.html


No comments:

Post a Comment