*ສປ ຈີນ ໃຫ້ການຊ່ວຍເຫຼືອໂຄງການ ພັດທະນາກວມລວມນະຄອນຫຼວງວຽງຈັນ*
ພິທີລົງນາມສັນຍາຂອບລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ວ່າດ້ວຍ ສປ ຈີນ ສະໜອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນໂຄງການພັດທະນາກວມລວມນະຄອນຫຼວງວຽງຈັນ ມູນຄ່າ 617,5 ລ້ານຢວນ ຫຼື ປະມານ 812.938 ຕື້ກີບ ໄດ້ມີຂຶ້ນວັນທີ 21 ພະຈິກ 2014 ຢູ່ຫ້ອງວ່າການລັດຖະບານ ລະຫວ່າງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການຮ່ວມມື ລາວ-ຈີນ ແລະ ທ່ານ ກວນ ຮວາປິງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ໂດຍຊ້ອງໜ້າພະນັກງານຂັ້ນສູງ ຈາກຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍ.
ໂຄງການພັດທະນາກວມລວມນະຄອນຫຼວງວຽງຈັນ ເປັນໜຶ່ງໃນໂຄງການບຸລິມະສິດທີ່ຈຳເປັນຮີບດ່ວນຂອງລັດຖະບານລາວ ເພື່ອຍົກລະດັບພື້ນຖານໂຄງລ່າງໃນເຂດຕົວເມືອງ ນະຄອນຫຼວງວຽງຈັນ ປະກອບສ່ວນສ້າງສິ່ງເອື້ອອຳນວຍໃຫ້ແກ່ແຜນງານໃຫຍ່ ແລະ ສຳຄັນຂອງຊາດເຮົາ ໄດ້ແກ່: ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ ພິທີສະຫຼອງການສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໃນປີ 2015 ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມສຸດຍອດ ASEAN ໃນປີ 2016 ທີ່ລາວໄດ້ຮັບກຽດເປັນເຈົ້າພາບ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງ ສປ ຈີນ ທີ່ມີຕໍ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຍົກລະດັບພື້ນຖານໂຄງລ່າງຂອງນະຄອນຫຼວງວຽງຈັນ ເພື່ອກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດ ທັງເປັນການສ້າງໃບໜ້າໃໝ່ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ພວກເຮົາຈະນຳໃຊ້ເງິນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.
ໜັງສືພິມວຽງຈັນໃໝ່, ວັນທີ 25 ພະຈິກ 2014